ຕອນແລງເວລາ 9:00ນາທີ ຂອລວັນທີ່ 27 ມີນາ 2020 ທີ່ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໄດ້ຈັດພິທີມອບ - ຮັບ ໃບຢັງຢືນການຝຶກງານຂອງນັກສຶກສາ 2 ຄະນະຄື: ຄະນະເສດຖະສາດ ແລະ ການທ່ອງທ່ຽວ ສາຂາວິຊາ ບໍລິຫານທຸລະກິດໄອທີ ຈຳນວນ 3 ນ້ອງ ແລະ ຄະນະວິສະວະກຳ ສາຂາວິຊາ ໂລຈິດສະຕີກ ຈຳນວນ 4 ນ້ອງ ທັງໝົດ 7 ນ້ອງ ທີ່ມາຈາກ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ, ຢູ່ທີ່ ຫ້ອງປະຊຸມຂອງພະແນກ ວຕ ໂດຍເປັນປະທານຂອງທ່ານ ນາງ ວັນນາລີ ສີລິວົງ ຮອງເລຂາໜ່ວຍພັັກ, ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ມີບັນດາຫົວໜ້າຂະແໜງ, ຫົວໜ້າຫ້ອງການ ແລະ ພະນັກງານວິຊາການ.
ຂອງວັນທີ 08 ມັງກອນ 2020ນີ້ ຂະແໜງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະບັດວຽກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປີ2019 ແລະ ກໍານົດທິດທາງແຜນການປີ 2020 ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ມີ ຫົວໜ້າຫ້ອງການ, ວິຊາການຕາງໜ້າຈາກສອງຂະແໜງ ແລະ ວິຊາການຂອງຂະແໜງເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າຂອງວັນທີ 20/11/2019 ເວລາ 8:00 ກອງປະຊຸມ ສໍາມະນາ ວິທີການກວດກາສິນຄ້າຂອງແທ້, ຂອງປອມ ແລະ ຮຽນແບບເຄື່ອງໝາຍການຄ້າ ໄດ້ໄຂຂື້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການເມືອງປາກແບງ, ໂດຍການເປັນປະທານຂອງ ທ່ານ ນາງ ວັນນາລີ ສີລິວົງ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ອຸດົມໄຊ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳດີ ກຸນໄຊຍະທຳ ຮອງເລຂາພັກ ເມືອງປາກແບງ, ມີບັນດາອົງການຈັດຕັ້ງລັດ ແລະ ບໍລິສັດຄື: ບໍລິສັດ ທຼີກີແອນກິບບິງ, ເອເຊຍຮອນດ້າ ມໍເຕີຈຳກັດ, ສະຕາບັກ, KAO ແລະ Panasonic, ມີບັນດາຜູ້ແທນເຂົ້າຮ່ວມທີ່ມາຈາກຫຼາຍພາກສ່ວນເຊັ່ນ: ຕຳຫຼວດເສດຖະກິດ, ພາສີ, ການຄ້າ, ພວຕ ໃນ 4 ແຂວງຄື: ແຂວງ ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ມີຫ້ອງການ ວຕ ເມືອງ 1 ເມືອງ, ໜ່ວຍງານ ວຕ ເມືອງ 6 ເມືອງແລະ ພາກຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດຈຳນວນ 87 ທ່ານ, ຍິງ 19 ທ່ານ.