ວັນທີ 25-28 ມີຖຸນາ 2020 ທີ່ຜ່ານມານີ້ຂະແໜງຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກໄດ້ສົມທົບກັບກົມມາດຕະຖານ ແລະ ວັດແທກ,ພະນັກງານວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊຈັດຝຶກສອນການກວດສອບ,ກວດທຽບມາດຕະຖານໜໍ້ນັບກະແສໄຟຟ້າຂຶ້ນຢູ່ທີ່ຫ້ອງປະຊຸມພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວັນນາລີ ສີລິວົງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ແລະ ຄູ່ຝຶກຈາກກົມມາດຕະຖານ ແລະ ວັດແທກຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ,ຕ່າງໜ້າຈາກບໍລິສັດໄຟຟ້າລາວສາຂາແຂວງອຸດົມໄຊເຂົ້າຮ່ວມຢ່າງພ້ອມພຽງ.
ວັນທີ່ 26 ມີຖຸນາ 2020 ທີ່ຜ່ານມານີ້ຂະແໜງຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊຮ່ວມກັບ ບໍລິສັດ ພູວຽງ ທີ່ປຶກສາການຄ້າ ແລະ ການລົງທຶນຈໍາກັດ ໄດ້ລົງຕິດຕາມ ແລະ ສະກັດກັ້ນການຜະລິດ ແລະ ຈໍາໜ່າຍສິນຄ້າປອມແປງລອກຮຽນແບບເຄື່ອງໜາຍການຄ້າປະເພດແປ້ງນົວກາຈອງ ໂດຍການເຂົ້າຮ່ວມຂອງອານຸກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ພະແນກອຸດສາຫະກຳ ແລະ ການຄ້າ,ພະແນກຕໍາຫຼວດເສດຖະກິດ,ອົງການໄອຍະການ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງໄຊ.
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊລົງຝືກອົບຮົມ ສ້າງຄວາມເຂັ້ມແຂງດ້ານ IT ໃຫ້ພະງານວິຊາການເມືອງແບງ ເປັນເວລາ 1 ວັນ ພິທີດັ່ງກ່າວໄດ້ຈັດຂື້ນ ຕອນເຊົ້າຂອງ ວັນທີ 23 ເດືອນ ມີຖຸນາ ປີ 2020 ໃນຕອນເຊົ້າເວລາ 8:00 ທີຫ້ອງປະຊຸມສືກສາທິການ ແລະ ກິລາເມືອງແບງ ໂດຍການເປັນປະທານຮ່ວມມີ ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ, ແລະ ທ່ານ ຄຳຈັນ ວ່າບົວແສງ ຮອງເລຂາພັກເມືອງແບງ ມີບັນດາວິທະຍາກອນ ແລະ ສໍາມະນາກອນຈາກຫ້ອງການອ້ອມຂ້າງເມືອງແບງ ເຂົ້າຮ່ວມ ຈຳນວນ 74 ທ່ານ, ຍິງ 21 .