ເນື່ອງໃນໂອກາດ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ສະ ເຫຼີມສະ ຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 18 ປິ( 26 ເມສາ 2000) ກໍໄດ້ຖືໂອກາດດັ່ງກ່າວ ຈັດ ການແຂ່ງຂັນກິ ລາບານເຕະມິດຕະພາບ ເພື່ອຊິ່ງຂັນຫົວໜ້າພະແນກຂຶ້ນ ໃນລະຫວ່າງວັນທີ 25-26 ເມສາ 2018 ຢູ່ທີ່ສະໜາມກິລາໃນຮົ່ມ ອຸດົມຄໍາ ໂດຍການເປັນປະທານຂອງທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ,ມີບັນດາຄະນະນໍາຈາກພະ ແນກການ,ຂະແໜງການອ້ອມຂ້າງ,ພາກສ່ວນກ່ຽວຂ້ອງ,ຄູ່ຝຶກ,ນັກກິລາ ແລະ ມ່ວນຊົນເຂົ້າຮ່ວມ.
ເວລາ 8:00 ໂມງ ຂອງວັນທີ 6 ເມສາ 2018 ທີ່ຫ້ອງປະຊຸມພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ອຸດົມໄຊ ໄດ້ຈັດພິທີສະຫຼຸບປິດບັ້ນການຝຶກງານ ແລະ ມອບໃບຢັ້ງຢືນໃຫ້ໃນນັກສຶກສາ ວິທະຍາໄລລາວນາໆຊາດທີ່ມາຝຶກງານຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 2 ນ້ອງ, ພິທີໃນຄັ້ງນີ້ໄດ້ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັກງານວິຊາການຈໍານວນໜຶ່ງເຂົ້າຮ່ວມ.
ໃນລະຫວ່າງວັນທີ 11 ມັງກອນ 2018 ຫາ ວັນທີ 2 ກຸມພາ 2018 ຜ່ານມານີ້ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ(ພວຕ) ແຂວງ ອຸດົມໄຊ ສົມທົບກັບ ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໃນການລົງເຄື່ອນໄຫວຈັດຕັ້ງປະຕິບັດ ກວດສອບຄຸນນະພາບນໍ້າມັນເຊື້ອໄຟ ຕາມສະຖານທີ່ ແລະ ຈຸດບໍລິ ການປໍ້ານໍ້າມັນເຊື້ອໄຟ ພາຍໃນ 7 ເມືອງ ທົ່ວແຂວງ ອຸດົມໄຊ.