ໃນຕອນແລງຂອງວັນທີ່ 7 ມີຖຸນາ 2018 ຢູ່ທີ່ຫອ້ງປະຊຸມໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ ໄດ້ມີພິທີມອບ - ຮັບອຸປະກອນຜະລິດເຊື້ອເຫັດລະຫວ່າງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ກັບ ໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງ ມີ ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ແລະ ມີ ທ່ານ ເພັດພະລັງ ປັນຍາວົງ ຮັກສາການອໍານວຍການໂຮງຮຽນເຕັກນິກວິຊາຊີບພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ,
ຄະນະຊີ້ນໍາວຽກງານສາມສ້າງຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີຶ ແຂວງອຸດົມໄຊ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີຕາມທິດສາມສ້າງຢູ່ເມືອງໄຊ, ໂດຍໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນຂື້້ນໃນ ວັນທີ 30 ພຶດສະພາ 2018 ນີ້ທີ່ສະໂມສອນເມືອງໄຊໂດຍການເປັນປະທານ ຂອງ ທ່ານ ໄລພອນ ແກ້ວມະນີວອນ ຫົວໜ້າຫ້ອງການ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ, ເຂົ້າຮ່ວມມີ ທ່ານ ວຽງພັນ ເລື່ອງວົງສາ ຮອງຫົວໜ້າຫ້ອງວາການປົກຄອງເມືອງໄຊ ຜູ້ຊີ້ນໍາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເມືອງໄຊ ມີຮອງຂະແໜງ, ພະນັກງານວິຊາການມາຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພະນັກງານໜ່ວຍງານ ວ.ຕ ເມືອງໄຊເຂົ້າຮ່ວມ.
ເພື່ອເປັນການສະເຫຼີມສະຫຼອງວັນຊັບສີນທາງປັນຍາໂລກ ໃຫ້ມີບັນຍາກາຟົດຟື້ນ ທາງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ຈີ່ງໄດ້ຈັດພິທີສະເຫຼີມສະຫຼອງຂື້ນຢ່າງເປັນທາງການໃນວັນທີ່ 25 ເມສາ 2018 ນີ້ ທີ່ເດີນກິລາຟຸດຊໍເທດສະບານແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ທ່ານ ສົມແພງ ໄພຍະວົງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ມີບັນດາຫົວໜ້າຮອງຫົວໜ້າພະແນກການ ອ້ອມຂ້າງ ແລະ ມ່ວນຊົນເຂົ້າຮ່ວມ.