ກອງປະຊຸມໃຫ່ຍກຳມະບານຮາກຖານພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງອຸດົມໄຊຄັ້ງທີ່ IIIໃນລະຫ່ວາງວັນທີ24 ກໍລະກົດ 2019ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ວັນນາລີ ສີລິວົງ ປະທານກຳມະບານຮາກຖານ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ,ທ່ານ ໄຊພອນ ຖົມປະດິດ ຄະນະບໍລິຫານງານສູນຫາງກຳມະບານລາວ,ປະທານຄະນະບໍລິຫານງານກຳມະບານແຂວງອຸດົມໄຊ, ທ່ານ ສົມແພງ ໄພຍາວົງ ເລຂາໜ່ວຍພັກ,ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ,ພ້ອມດ້ວຍແຂກເຊີນເຂົ້າຮ່ວມຈຳນວນທັງໜົດ 32 ສະຫາຍ,ຍິງ 1 ສະຫາຍ.
ແຂວງອຸດົມໄຊ ຈັດພິທີປະກາດສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳ ເມືອງໄຊ ຄັ້ງວັນທີ 17 ກໍລະກົດ 2019 ທີ່ສະໂມສອນເມືອງໄຊ ໃຫ້ກຽດເປັນທ່ານໂດຍ ທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈຳພັກແຂວງ ຫົວໜ້າພະແນກ ທະແຫຼງຂ່າວ, ວັດຖະນາທຳ ແລະ ທ່ອງທຽວ , ທ່ານ ຄຳແພງ ຂັນມະນີ ເລຂາພັກເມືອງເຈົ້າເມືອງ ເມືອງໄຊ, ທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ວາລີ ຈືນໍ່ເຢັງ ຮອງເລຂາພັກເມືອງ, ທ່ານ ບຸນແກ້ວ ມະນີວົງ ຫົວໜ້າຈັດຕັ້ງເມືອງໄຊ, ແຂກເຊີນຈາກແຂວງ ມີ ຈັດຕັ້ງ, ກວດກາ ແລະ ຂະແໜງການອ້ອມຂ້າງເມືອງໄຊ ເຂົ້າຮ່ວມທັງໝົດ 37 ທ່ານ.
ວັນທີ 9 ພຶດສະພາ 2019 ທ່ານ ພອນທະນູ ເພັງສູ້ທົນ ຮອງຂະແໜງຊັບສີນທາງປັນຍາ, ມາດຕະຖານ ແລະ ວັດແທກ(ຊມວ) ແລະ ພະນັກງານວິຊາການ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ໜ່ວຍງານເມືອງ ລົງເຮັດວຽກ ທີ່ ເມືອງປາກແບງ, ແຂວງອຸດົມໄຊ.