ພິທີພົບປະລະຫ່ວາງ ຜູ້ແທນສະຖາບັນຄົ້ນຄ້ວາ ກວດສອບ ແລະ ວັດແທກ ແຂວງກວາງຊີ ສປ ຈີນ ກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ສປປ ລາວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ໃນຕອນບ່າຍວັນທີ 15 ສິງຫານີ້ ເຂົ້າຮ່ວມພົບປະຄັ້ງນີ້ມີທ່ານ ອ່ານຈຽງ ຮອງຫົວໜ້າສະຖາບັນ ຄົ້ນຄ້ວາກວດສອບ ແລະ ວັດແທກ ແຂວງກວາງຊີ ພ້ອມດ້ວຍຄະນະ, ມີທ່ານ ສົມແພງ ໄພຍະວົງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.
ຕອນແລງຂອງ ວັນທີ 9 ສິງຫາ 2019 ໜ່ວຍຊາວໜຸ່ມຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ໄດ້ເປີດພິທີ ມອບໃບຢັ້ງຢືນປະເມີນການຈັດຕັ້ງແຂ່ງຂັນ 4 ບຸກ ທີຫ້ອງປະຊຸມ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ຜາດົງ ອິນສະແຫວງ ເລຂາໜ່ວຍຊາວໜຸ່ມ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຽດເຂົ້າຮ່ວມມີທ່ານ ຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ນາງ ວັນນາລີ ສີລິວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ມີແຂກເຊີນຈາກອົງການຈັດຕັ້ງມະຫາຊົນອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພະແນກເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 8 ທ່ານ.
ວັນທີ 9 ສີງຫາ 2019 ເວລາ 8:30 ໂມງນາທີ ໜ່ວຍງານ ວິທະຍາສາດ ແລະ ເຕັກໂນໂລຊີ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ລົງພົບປະຖອດຖອນບົດຮຽນນໍາຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຫຼວງນໍ້າທາ. ນໍາທີມງານໂດຍ ທ່ານ ສິງໄຊ ຈັນທະປະເສິດ ຫົວໜ້າໜ່ວຍງານ ວິທະຍາສາດ ແລະ ເຕັກໂນໂລຊີ ເມືອງນາໝໍ້ ພ້ອມດ້ວຍພະນັກງານວິຊາການ.