ຍຸດທະສາດແລະວິໄສທັດ
ວິໄສທັດຮອດປີ 2030 “ເຮັດໃຫ້ພື້ນຖານທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງແຂວງ ມີຄວາມເຂັ້ມແຂງ, ກ້າວໜ້າ ແລະ ລະດັບການພັດທະນາໃຫ້ຍັບເຂົ້າໃກ້ຄຽງກັບບັນດາປະເທດອ້ອມຂ້າງ. ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສາມາດເປັນກຳລັງຕົ້ນຕໍ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ພັດທະນາຂະແໜງການທີ່ເປັນທ່າແຮງ ໃຫ້ສາມາດເປັນເຈົ້າການ ໃນການຄົ້ນຄວ້າ, ດັດປັບນຳໃຊ້ ຜົນສຳເລັດວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ເພື່ອຍູ້ໜູນໃຫ້ແກ່ການເລັ່ງລັດພັດທະນາຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ”.
ເພື່ອໃຫ້ບັນລຸຕາມວິໄສທັດຂ້າງເທິງນັ້ນ, ຍຸດທະສາດຮອດປີ 2025 ສຳລັບການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ອຸດົມໄຊ ສຸມໃສ່ຈັດຕັ້ງປະຕິບັດ 8 ແຜນງານໃຫຍ່ດັ່ງນີ້:
ແຜນງານທີ 1: ສ້າງຈິນຕະນາການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ແຜນງານນີ້ສຸມໃສ່ເຜີຍແຜ່ສ້າງຈິດສຳນຶກ ແລະ ວັດທະນະທຳ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ນະວັດຕະກຳໃນທົ່ວສັງຄົມ ເພື່ອເຮັດໃຫ້ນັກຮຽນນັກສຶກສາ, ພະນັກງານ, ປັນຍາຊົນ ແລະ ປະຊາຊົນທົ່ວໄປຮັບຮູ້ ແລະ ເຂົ້າໃຈກ່ຽວກັບບົດບາດ, ຄວາມສຳຄັນ ແລະ ຄວາມອາດສາມາດ ຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ.
ແຜນງານ ທີ 2: ປັບປຸງການຈັດຕັ້ງ, ກົນໄກ ລະບອບ-ລະບຽບການຄຸ້ມຄອງ ວຽກງານວິທະທະຍາສາດ ແລະ ເຕັກໂນໂລຊີ.
ສຸມໃສ່ປັບປຸງການຈັດຕັ້ງໃຫ້ສອດຄ່ອງກັບສະພາບແວດລ້ອມ ແລະ ເງື່ອນໄຂອັນໃໝ່ຂອງແຂວງ, ປັບປຸງກົນໄກການຄຸ້ມຄອງ, ການຜັນຂະຫຍາຍນິຕິກຳ ເພື່ອສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງແຂວງ ໄດ້ຮັບການພັດທະນາ ຢ່າງເປັນລະບົບ, ຕໍ່ເນື່ອງ, ວ່ອງໄວ ແລະ ຍືນຍົງ.
ແຜນງານທີ 3: ພັດທະນາຊັບພະຍາກອນມະນຸດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຢ່າງມີຈຸດສຸມ ໂດຍສະເພາະ ແມ່ນການພັດທະນາພະນັກງານນຳພາຄຸ້ມຄອງຂັ້ນແຂວງ-ຂັ້ນເມືອງ, ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກວິຊາການ, ຊ່ຽວຊານສະເພາະດ້ານ, ຜູ້ປະກອບການ ແລະ ຜູ້ທຳການຜະລິດ. ການພັດທະນາຊັບພະຍາກອນມະນຸດຈະຕ້ອງສົມທົບຫຼາຍຮູບແບບ ເປັນຕົ້ນແມ່ນພັດທະນາຕາມລະບົບການສຶກສາ, ການຝຶກອົບຮົມ ແລະ ການສຳມະນາ, ການສ້າງໂຄງການ ຫຼື ກິດຈະກຳການຮ່ວມມື ລະຫວ່າງພາກລັດ, ສະຖາບັນການສຶກສາ ແລະ ພາກທຸລະກິດ, ການຈັດຕັ້ງປະຕິບັດການຮ່ວມມືກັບຕ່າງປະເທດ ແລະ ຮູບແບບອື່ນໆ.
ແຜນງານ ທີ 4: ສ້າງຄວາມເຂັ້ມແຂງ ພື້ນຖານໂຄງລ່າງ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ເລັ່ງໃສ່ພັດທະນາ ວຽກງານໂຄງລ່າງພື້ນຖານໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງຄຸ້ມຄອງ, ການຄົ້ນຄວ້າ ພັດທະນາ ແລະ ການບໍລິການດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃນແຂວງ.
ແຜນງານທີ 5: ຄົ້ນຄວ້າ, ດັດປັບ - ນຳໃຊ້ ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາ ເສດຖະ ກິດ-ສັງຄົມ.
ແຜນງານນີ້ ສຸມໃສ່ເອົາຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ເປັນໃຈກາງສົມທົບ ກັບພະແນກການທີ່ເປັນກຳລັງ ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ເພິ່ມການຄົ້ນຄວ້າ ດັບປັບ-ນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຢ່າງມີຈຸດສຸມ ເພື່ອຍູ້ໜູນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດໝາຍ, ຕໍ່ເນື່ອງ ແລະ ໝັ້ນຄົງ.
ແຜນງານທີ 6: ເພີ່ມທະວີການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອແກ້ໄຂຄວາມທຸກຍາກ.
ແຜນງານນີ້ ເລັ່ງໃສ່ການຖ່າຍທອດຄວາມຮູ້ເຕັກນິກໃໝ່ ທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຊຸກຍູ້ການຜະລິດ ເປັນສິນຄ້າ, ຍົກສະມັດຕະພາບການຜະລິດ, ຍົກລະດັບຄວາມອາສາມາດໃນ ການຄຸ້ມຄອງ ແລະ ການແຂ່ງຂັນການຜະລິດ ຂອງຜູ້ຜະລິດພາຍໃນ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເລື້ອຍໆ.
ແຜນງານທີ 7: ປັບປຸງ ແລະ ຂະຫຍາຍການບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ແຜນງານນີ້ ສຸມໃສ່ປັບປຸງ ການບໍລິການດ້ານຄວາມຮູ້ວິທະຍາສາດ, ເຕັກໂນໂລຊີ ຂໍ້ມູນຂ່າວສານ, ການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ສັງຄົມໃຫ້ກ້ວາງຂວາງ, ປັບປຸງ ແລະ ຂະຫຍາຍການບໍ ລິການທາງດ້ານຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ໃຫ້ທົ່ວເຖິງຫຼາຍທີ່ສຸດພາຍໃນແຂວງ.
ແຜນງານທີ 8: ຂະຫຍາຍການຮ່ວມມືກັບຕ່າງເທດ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ສຸມໃສ່ສ້າງເງື່ອນໄຂຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕາມແນວທາງ ແລະ ຫຼັກການຂອງພັກ ໂດຍເນັ້ນໃສ່ຮ່ວມມືພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕາມເງື່ອນໄຂທ່າແຮງຂອງແຂວງ ຢ່າງເປັນເຈົ້າການ ແລະມີໄຫວພິບ ເພື່ອຮ່ວມກັນພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ ໃຫ້ສາມາດກ້າວທັນກັບຂົງເຂດອື່ນໆ.