ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງອຸດົມໄຊ ແມ່ນແຍກອອກມາຈາກ ຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ, ຕາມຂໍ້ຕົກລົງເລກທີ 479/ຈຂ.ອຊ, ລົງວັນທີ 12 ມິຖຸນາ 2008.
ປະຈຸບັນ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊມີສາຍຕັ້ງ ຂຶ້ນກັບກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສາຍຂວາງຂື້ນກັບ ແຂວງ ອຸດົມໄຊ. ຊຶ່ງມີພະນັກງານທັງໝົດ 29 ສະຫາຍ, ຍິງ 08 ສະຫາຍ. ໃນນັ້ນປະກອບມີ ຄະນະພະແນກ 03 ທ່ານ, ຫົວໜ້າຫ້ອງ ການ 01 ທ່ານ, ຫົວໜ້າຂະແໜງ 03 ທ່ານ.