ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີເອກະສານສໍາຄັນກ່ຽວກັບວິທີການ ເຮັດເຕົາຟືນ ເພື່ອເປັນການຖ່າຍທອດຄວາມຮູ້ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບຜະລິດ ແລະ ນໍາໃຊ້ເຕົາຊິວະມວນ ໂດຍນໍາໃຊ້ເສດໄມ້ແຫ້ງ, ເຟືອງແຫ້ງ, ຫ້ຍາແຫ້ງ ແລະ ໃບໄມ້ເປັນເຊື້ອເພີງເພື່ອເປັນການຈັດຕັ້ງເຜີຍແຜ່ໃຫ້ຂັ້ນທ້ອງຖິ່ນຮັັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິ່ງເພື່ອນນໍາໄປໜູນໃຊ້ເຂົ້າໃນການຊົມໃຊ້ເຕົາຟືນແບບປະຍັດ ໃນນັ້ນຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນສົນທະນາແລກປ່ຽນບົດຮຽນຖາມ-ຕອບ ທາງທິມງານມາຈາກພະແນກວັດສະດຸໃໜ່ກໍ່ໄດ້ມອບເຕົາຝືນໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີີ ແຂວງອຸດົມໄຊ, ຍັງໄດ້ເນາະນໍາວິທີການນໍາໃຊ້ເຕົ້າຟືນແບບປະຍັດມີ 6 ຂັ້ນຕອນຄຶ້:
1 ກະກຽມຟືນ ຫຼື ເສດໄມ້ອື່ນໆ: ຄວນນໍາໄມ້ຟືນ ຫຼື ເສດໄມ້ອື່ນໆທີ່ແຫ້ງດີມາເປັນເຊື້ອໄຟຫຸງຕົ້ມ.
2 ນໍາຟືນ ຫຼື ເສດໄມ້ເຂົ້າໃນເຕົາ: ນຳຟືນທີ່ເປັນດົ້ນຍ່າວເຂົ້າໃນຊອງປ່ອນຟືນທາງດ້ານໜ້າຂອງເຕົາໃຫ້ໄດ້ປະມານພໍດີ ບໍ່ຫຼາຍ ບໍ່ນ້ອຍເກີນໄປ.
3 ດັງໄຟໃນຜົ້ງເຕົາ: ຄວນນໍາໃຊ້ໄມ້ຟືນ ຫຼື ເສດໄມ້ອື່ນໆທີ່ແຫ້ງດີມາເປັນເຊື້ອໄຟຫຸງຕົ້ມ.
4 ການຕັ້ງໝໍ້: ຫຼັງຈາກໄຟລຸກປົກກະຕິແລ້ວ ໃຫ້ນໍາເອົາໝໍ້ທີ່ກຽມໄວ້ ມາຕັ້ງໃສ່ດ້ານເທິ່ງຂອງເຕົາ ແລະ ຄວນໝໍ້ໃຫ້ຢູ່ເຄິງກາງພໍດີ.
5 ກວາດຂີ້ເຖົ່າອອກຈາກເຕົາ: ຄວນອານະໄມຂີ້ເຖົ່າເປັນປະຈໍາດ້ວຍການກວາດໃສ່ພາຊະນະບັນຈຸ ແລ້ວນໍາໄປໃສ່ພືດປູກ.
6 ຂີ້ເຖົ່າເປັນມີປະໂຫຍດຕໍ່ພືດ: ຂີ່ເຖົ່າເປັນຝຸ່ນທີ່ດີທີ່ສຸດສໍາລັບພືດຜັກຄວນນໍາເອົາເຖົ່ານັ້ນ ໄປໃສຜືດໃນສວນ ຫຼື ຕົ້ນໄມ້ທົ່ວໄປ.