ໃນພິທີດັ່ງກ່າວ ທ່ານຫົວໜ້າໜ່ວຍງານ ວຕ ເມືອງແບງ ກໍ່ໄດ້ລາຍງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕໍ່ທີ່ກອງປະຊຸມ ພາຍຫຼັງໄດ້ຮັບຟັງລາຍງານສຳເລັດລົງພາກສ່ວນ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງກໍ່ໄດ້ມີຄໍາເຫັນກັບວຽກງານ ວຕ ຈາກນັ້ນວິຊາການ ພະແນກໄດ້ສະເໜີສະພາບລວມ, ພາລະບົດບາດສິດ-ໜ້າທີຂອງວຽກງານ ວຕ ແຂວງ, ພ້ອມສະເໜີແຜນວຽກຈຸດສູມ ຈຳນວນ 8 ແຜນວຽກ ປີ 2016-2020 ຫຼັງຈາກນັ້ນກໍໄດ້ຜ່ານຂໍ້ຕົກລົງແລະຊີ້ແຈ້ງການມອບໃຫ້ໜ່ວຍງານ ວຕ ເມືອງແບງ ຈັດເກັບລາຍຮັບດ້ານວິຊາການເພີ້ມເຕີມ, ຈາກນັ້ນ ຫົວໜ້າພະແນກ ວຕ ແລະ ການນຳເມືອງ, ອົງການຈັດຕັ້ງ ເມືອງແບງ ໄດ້ປືກສາຫາລື ກ່ຽວກັບກົງຈັດການຈັດຕັ້ງ ວຕ ເມືອງແບງ ແລະ ຄວາມເປັນໄດ້ໃນການສ້າງຕັ້້ງໜ່ວຍງານ ວຕ ໃຫ້ເປັນ ຫ້ອງການ ວຕ ເມືອງ.
ສຸດທ້າຍ ທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ແກ້ຂໍ້ຂ້ອງໃຈ,ຊີ້ແຈ້ງ ບາງໜ້າວຽກກັບວຽກງານ ວຕ ແລະ ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດໜ້າວຽກໃຫ້ປະສົບຜົນສຳເລັດ, ກອງປະຊຸມຜ່ານມາເປັນເວລາໜື່ງ ຕອນ ກໍ່ໄດ້ປິດລົງ.
ຂຽນຂ່າວ ຖ່າຍພາບ ໂດຍ: ວຽງໄຊ ເດດກົງພົນ