ການລົງເຄືອນໄຫວຕິດຕາມດັ່ງກ່າວນໍາໂດຍ ທ່ານ ມະນີກອນ ກິດຕິວົງ ຫົວໜ້າຂະແໜງ ຊັບສິນທາງປັນຍາ,ມາດຕະຖາມ ແລະ ວັດແທກ, ທິມງານມາຈາກບໍລິສັດ ຮຸ່ງເຮືອງ ຊັບອຸດົມ ການຄ້າ ພ້ອມດ້ວຍອານຸກຳມະການຂັ້ນແຂວງ ແລະ ຂັ້ນເມືອງລົງກວດຄັ້ງນີ້ໄດ້ເລັ່ງໃສ່ 3 ເມືອງ ຈຸດທີ່ລົງກວດກາແມ່ນຕະຫຼາດ ແລະ ຮ້ານຂາຍຍົກ-ຂາຍຍ່ອຍມີຄື:
1.ເມືອງໄຊມີຕະຫຼາດ ແລະ ຮ້ານຂາຍຍົກ-ຂາຍຍ່ອຍຜ່ານການລົງກວດກາໃນຄັ້ງນີ້ກວດພົບຮ້ານຈໍາໜ່າຍສະບູຝຸ່ນໂປຣປອມແປງເຄື່ອງໜາຍການຄ້າໄດ້ ຈໍານວນ 4 ຮ້ານ,ຍຶດໄດ້ຂອງກາງສະບູຝຸ່ນໂປຣປອມແປງເຄື່ອງໜາຍການຄ້າທັງໜົດຈໍານວນ 137 ຖົງ,ລວມນໍ້າໜັກ 479,5 ກິໂລ,ເຊິ່ງເປັນມູນຄ່າທັງໜົດ 685.000 ກີບ.
2.ເມືອງປາກແບງມີຕະຫຼາດ ແລະ ຮ້ານຂາຍຍົກ-ຂາຍຍ່ອຍຜ່ານການລົງກວດກາໃນຄັ້ງນີ້ບໍ່ພົບຮ້ານຈໍາໜ່າຍສະບູຝຸ່ນໂປຣປອມແປງເຄື່ອງໜາຍການຄ້າຈັກຖົງ.
3.ເມືອງຮຸນມີຕະຫຼາດ ແລະ ຮ້ານຂາຍຍົກ-ຂາຍຍ່ອຍຜ່ານການລົງກວດກາໃນຄັ້ງນີ້ກວດພົບຮ້ານຈໍາໜ່າຍສະບູຝຸ່ນໂປຣປອມແປງເຄື່ອງໜາຍການຄ້າໄດ້ ຈໍານວນ 7 ຮ້ານ,ຍຶດໄດ້ຂອງກາງສະບູຝຸ່ນໂປຣປອມແປງເຄື່ອງໜາຍການຄ້າທັງໜົດຈໍານວນ 206 ຖົງ,ລວມນໍ້າໜັກ 721 ກິໂລ,ເຊິ່ງເປັນມູນຄ່າທັງໜົດ 1.030.000 ກີບ.
ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຍຶດຂອງກາງໄວ້ເພື່ອເປັນຫຼັກຖານ ແລະ ນໍາໄປທໍາລາຍ ພິທີລົງກວດກາສິນຄ້າປອມແປງໄດ້ຈັດຂຶ້ນເປັນເວລາ 3 ວັັນ.