ການຝືກອົບຮົມຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງ ເລກທີ 893/ພວຕ.ອຊ, ລົງວັນທີ 16/6/2020ວ່າດ້ວຍການມອບສິດຄຸ້ມຄອງມາດຕະຖານ ແລະ ວັດແທກ ໃຫ້ຫ້ອງການ ວຕ ເມືອງໄຊ ມີ:1. ວຽກງານກວດສອບ, ກວດທຽບ ຊິງຊັ່ງຂະໜາດ 300Kg ລົງມາ, 2. ວຽກງານກວດສອບ ກວດທຽບຫົວຈ່າຍນໍ້າມັນເປີດໃໝ່ ແລະ ຂື້ນທະບຽບຕູ້ປໍ້ານໍ້າມັນເຊືື້ອໄຟ, 3. ວຽກງານກວດສອບ, ກວດທຽບ ບໍລິມາດ ແລະ ການຫຸ້ມຫໍ່ (ປະເພດນໍ້າດື່ມ).ຝືກເພື່ອໃຫ້ພະນັກງານ ວຕ ເມືອງມີຄວາມເຂົ້າໃຈຕໍ່ໜ້າວຽກ ແລະ ເພື່ອປົກປ້ອງຜູ້ບໍລິການ ແລະ ຜູ້ຊົມໃຊ້
ຫຼັງຈາກຝືກອົບຮົມສຳເລັດ ກໍໄດ້ລົງກວດສອບ, ກວດທຽບຫົວຈ່າຍປໍ້ານໍ້າມັນເປີດໃໝ່ ແລະ ຂື້ນທະບຽນຕູ້ປໍ້ານໍ້າມັນເຊື້ອໄຟ ທີ່ ບ້ານຫຼັກ35 ເມືອງ ໄຊ ແຂວງອຸດົມໄຊ ໂດຍໃຫ້ພະນັກງານ ຫ້ອງການ ວຕ ເມືອງໄຊ ປະຕິບັດຕາມການຝືກອົບຮົມມາ ແລະ ມີພະນັກງານ ພະແນກ ວຕ ຕິດຕາ, ຜ່ານການກວດ, ກວດທຽບຫົວຈ່າຍປໍ້ານໍ້າມັນເປີດໃໝ່ ແລະ ຂື້ນທະບຽນຕູ້ປໍ້ານໍ້າມັນເຊື້ອໄຟ ເຫັນວາ ຖືກຕ້ອງຕາມລະບຽບຫຼັກການ ຈາກນັ້ນ ທ່ານ ບຸນແກ້ວ ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງໄຊ ໄດ້ມອບໃບ ຢັ້ງຢື້ນ ກວດທຽບບໍລິມາດຫົວຈ່າຍ ໃຫ້ເຈົ້າຂອງປໍ້ານໍ້າມັນ ເພື່ອເປັນຫຼັກຖານວ່າຜ່ານການກວດຈາກ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີແລ້ວ.
ຂຽນຂ່າວ, ຖ່າຍຮູບ ໂດຍ: ວຽງໄຊ ເດດກົງພົນ