ໃນພິທີດັ່ງກ່າວ,ສະຫາຍ ນາງ ສົດເດັດ ອິນທະວົງ ສະມາຊິກພັກສໍາຮອງຂຶ້ນຜ່ານໃບຄໍາຮ້ອງ
ຂໍເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ,ໃບສຳຫຼວດຕົນເອງຂອງສະມາຊິກພັກສໍາຮອອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ,ສະຫາຍ ພອນທະນູ ເພັງສູ້ທົນຕ່າງໜ້າຂຶ້ນຜ່ານໃບຢັ້ງຢືນຂອງສະມາຊິກພັກສົມບູນ 2 ສະຫາຍຕິດຕາມຮັບຮອງເອົາສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ,ສະຫາຍ ສີວອນ ເພັງມີໄຊ ຮອງເລຂາໜ່ວຍພັກ,ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນຜ່ານມະຕິຕົກຂອງຄະນະພັກແຂວງວ່າດ້ວຍການອານຸມັດສະມາຊິກພັກສໍາຮອງຂຶ້ນເປັນສໍາມະຊິກພັກສົມບູນສະບັບເລກທີ 402 ລົງວັນທີ 28 / 05 / 2020.
ໂອກາດດຽວກັນ,ສະຫາຍເລຂາໜ່ວຍພັກພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງອຸດົມໄຊໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຕໍ່ສະມາຊິກພັັກສົມບູນໃໜ່ ພ້ອມດ້ວຍສະມາຊິກພາຍໃນໜ່ວຍ ໃຫ້ກໍາໄດ້ກົດລະບຽບຂອງພັກ,ກໍາແໜ້ນ 05 ໜ້າທີ່, 06 ສິດ ແລະ 09 ຂໍ້ຫ້າມຂອງສະມາຊິກພັກ ພ້ອມທັງບຸກບືນຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ທີ່ຫ້າວຫັນ,ປອດໃສ,ເຂັ້ມແຂງ,ໜັກແໜ້ນ ເພື່ອນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານໃຫ້ປະກົດຜົນເປັນຈິງ ຫຼັງຈາກນັ້ນ ສະຫາຍສະມາຊິກພັກສົມບູນໃໜ່ຂຶ້ນຮັບຄໍາໂອວາດຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີ,ຈະປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວວ່າງອອກຢ່າງເຂັ້ມງວດ,ຈະເຂົ້າຮ່ວມດໍາເນີນຊິວິດຂອງພັກເປັນປົກກະຕິ ພ້ອມເສຍເງິນສະຕິພັກທຸກເດືອນ,ພະຍາຍາມຊອກຮູ້ຮໍ່າຮຽນທາງດ້ານວຽກງານ ວິຊາສະເພາະຈາກເພື່ອນຮ່ວມງານເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການເຮັດວຽກໃຫ້ມີປະສິດທິຜົນດີຂຶ້ນກ່ວາເກົ່າ ພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ ຈົບລົງດ້ວຍຄວາມເບີກບານມ່ວນຊື່ນ.