ການຈັດຝຶກອົບຮົມຄັ້ງນີ້ ເປັນການໃຫ້ທິດທາງແກ່ບັນດາໜ່ວຍພັກຕ່າງໆ ພາຍໃນກະຊວງ ເພື່ອນຳໄປ ຈັດຕັ້ງຜັນຂະຫຍາຍ, ປັບປຸງແບບແຜນວິທີເຮັດວຽກ,ການສະຫຼຸບຕີລາຄາ ແລະ ວາງທິດທາງແຜນການໃນການ ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານພາຍໃນໜ່ວຍພັກໃຫ້ມີປະສິດທິຜົນ, ສອດຄ່ອງກັບການປະຕິບັດຕົວ ຈິງຂອງວຽກງານພັກ ກໍຄືບັນດາຄາດໝາຍທີ່ໄດ້ກຳນົດໄວ້ໃຫ້ເກີດຜົນເປັນຈິງ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນຂອງວຽກງານກໍ່ສ້າງພັກໃນສະເພາະໜ້າ ແລະ ຍາວນານ.
ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຟັງການສະເໜີຫຼາຍເອກກະສານເຊັ່ນ: ຂໍ້ກຳນົດຂອງກົມການເມືອງສູນກາງພັກ ກ່ຽວກັບມາດຖານການປັບປຸງກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ສະບັບເລກທີ 03/ກມສພ, ລົງວັນທີ 13 ສິງຫາ 2004; ຂໍ້ກໍານົດວ່າດ້ວຍລະບອບການ ກວດກາຕີລາຄາແບ່ງປະເພດຄຸນນະພາບ ການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ ສະບັບເລກທີ 02/ກມສພ, ລົງວັນທີ 24 ເມສາ 2004; ບົດແນະນຳກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ກໍານົດຂອງກົມການເມືອງສູນກາງພັກ ວ່າດ້ວຍລະບອບການກວດກາຕີລາຄາແບ່ງປະເພດ ຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາ ຊິກພັກ ສະບັບເລກທີ 374 ຄຈສພ, ລົງວັນທີ 06 ມິຖຸນາ 2004; ເອກະສານຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍ ພັກໃນໄລຍະໃໝ່, ເອກະສານຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງພັກຂັ້ນຮາກຖານ ແລະ ເອກະສານເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການ ຍົກຍ້າຍຮ່ວມຊີ ວິດພັກ.
ວຽກງານກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ເປັນວຽກງານສຳຄັນເພື່ອຮອງຮັບ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ 1 ຂອງອົງຄະນະພັກກະຊວງຢ່າງເປັນຂະບວນຝົດຟື້ນ.
ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ມີຄະນະພັກ ກວຕ, ບັນດາສະຫາຍເລຂາແລະຮອງເລຂາໜ່ວຍພັກອ້ອມຂ້າງກະຊວງພ້ອມດ້ວຍກອງເລຂາຈຳນວນ 41 ສະຫາຍ.