ຕອນເຊົ້າວັນທີ 5 ກຸມພາ ທ້າຍອາທິດທີ່ຜ່ານມານີ້ສະຖານີວິທະຍຸ-ໂທລະພາບ ພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຫ້ອງການບໍລິຫານ-ສັງລວມ ພະແນກ ວິທະຍາສາດ ແລະ ເຕັກໂນ ໂລຊີ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການ ຢູ່ທີ່ຫ້ອງປະຊຸມ ສະຖານີ ວິທະຍຸ -ໂທລະພາບ.
ວັນທີ 13 ສິງຫາ ປີ 2020 ນີ້ທີ່ຫ້ອງປະຊຸມ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ຈັດກອງປະຊຸມເແີຍແຜ່ແຜນການຄົ້ນຄ້ວາ(ເຕົາຟືນ)ຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໜ່ ໂດຍການເປັນປະທານຂອງທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ເຂົ້າຮ່ວມມີທ່ານ ມີຄູ່ແທນ ອູ່ທອງຄໍາ ຮອງຫົວໜ້າພະແນກວັດສະດຸໃໜ່ ພ້ອມດ້ວຍທິມງານພະແນກວັດສະດຸໃໜ່ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ມີພະນັກງານທີ່ມາຈາກພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງນໍ້າທາ ແລະ ພະນັກງານລັດຖະກອນພະແນກ, ພະນັກງານຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ວັນທີ່ 19.8.2020 ທ່ານ ສົມແພງ ໄພຍາວົງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ພ້ອມທີມງານ ລົງຊຸກຍູ້ວຽກງານ 3 ສ້າງ ທີ່ຫ້ອງວ່າການເມືອງແບງ ເວລາ 9:00 ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາພອນ ພີມມະລາດ ຮອງເລຂາ ພັກເມືອງ ຮອງເຈົ້າເມືອງ ເມືອງແບງ,ມີຫົວໜ້າຫ້ອງການ, ຫົວໜ້າຈັດຕັ້ງ, ຫົວໜ້າໜ່ວຍງານວິທະຍາສາດ ແລະ ເຕັກໂນໂລຊີ ວຕ ທັງໝົດ 9 ທ່ານ